ປາຖາກະຖາ ວັນຊາດ ສປ ຈີນ ຄົບຮອບ 71 ປີ, ວັນປະກາດເອກະລາດ ຄົບຮອບ 75 ປີ ແລະ ວັນຄູແຫ່ງຊາດ ຄົບຮອບ 26 ປີ.
ໃນວັນທີ 15 ຕຸລາ 2020 ຜ່ານມາ. ຄະນະໂຄສະນາອົບຮົມແຂວງ ສະຫວັນນະເຂດ ໄດ້ຈັດຕັ້ງການປາ ຖະກະຖາເນື່ອງ ໃນໂອກາດ ວັນຊາດ ສປ ຈີນ ຄົບຮອບ 71 ປີ ( 1/10/1949-1/10/2020), ວັນປະກາດເອກະລາດ ຄົບຮອບ 75 ປີ (
12/10/1945-12/10/2020) ແລະ ວັນຄູແຫ່ງຊາດ ຄົບຮອບ 26 ປີ 7/10/1994-7/10/2020. ຂຶ້ນຢູ່ທີ່ ສະໂມສອນຫ້ອງວ່າການ ປົກຄອງແຂວງ.
ໃຫ້ກຽດຂຶ້ນປາຖະກະຖາວັນຊາດ ສປ ຈີນ ຄົບຮອບ 71, ວັນປະກາດເອກະລາດ ຄົບຮອບ 75 ໂດຍ ທ່ານ ກົງແກ້ວ ມີວໍລະຈັກ ກຳມະການພັກແຂວງ, ຮອງຄະນະໂຄສະນາອົບຮົມແຂວງ ສະຫວັນນະເຂດ, ໃຫ້ກຽດຂຶ້ນປາຖະກະຖາ ວັນຄູແຫ່ງຊາດ ຄົບຮອບ 26 ປີ ໂດຍທ່ານນາງ ຫຼິງທອງ ແສງຕາວັນ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາ ແລະ ກິລາແຂວງ. ເຂົ້າຮ່ວມມີບັນດາ ຄະນະພັກ ເລຂາ, ຮອງເລຂາ, ຄະນະພັກຮາກຖານ, ໜ່ວຍພັກ, ຫົວໜ້າ, ຮອງຫົວໜ້າພະແນກກາ ນ-ກົມກອງ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ຄະນະບັນຊາການກໍາລັງປ້ອງກັນ ຊາດ-ປ້ອງກັນຄວາມ ສະເຫງົບ, ຕະຫຼອດຮອດບັນດາສະຖາບັນການສຶກສາພາກລັດ ແລະ ເອກະຊົນ, ບໍລິສັດວິສະຫະກິດອ້ອມຂ້າງແຂວງເຂົ້າຮ່ວມ ທັງໝົດ 268 ຄົນ, ຍິງ 133 ຄົນ.
![]() | ມື້ນີ້ | 60 |
![]() | ມື້ວານນີ້ | 84 |
![]() | ອາທິດນີ້ | 367 |
![]() | ເດືອນນີ້ | 2802 |
![]() | ທັງໝົດ | 210405 |
ມີ 6 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌